ແບບຢ່າງເວບໄຊໂຮງຮຽນມັດທະຍົມສົມບູນ
ແບບຢ່າງເວບໄຊໂຮງຮຽນມັດທະຍົມສົມບູນ

ໃນຕອນເຊົ້າຂອງວັນທີ 14 ມີນາ 2024ນີ້ ຢູ່ທີ່ສະໂມສອນ ເມືອງໄຊ ຈັດກອງປະຊຸມເພື່ອຜ່ານຮ່າງເອກະສານຂອງກອງປະຊຸມໃຫຍ່ໜ່ວຍພັກຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊ ສະໄໝທີ V



ໃນຕອນເຊົ້າຂອງວັນທີ 14 ມີນາ 2024ນີ້ ຢູ່ທີ່ສະໂມສອນ ເມືອງໄຊ ຈັດກອງປະຊຸມເພື່ອຜ່ານຮ່າງເອກະສານຂອງກອງປະຊຸມໃຫຍ່ໜ່ວຍພັກຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊ ສະໄໝທີ V ຕິດພັນກັບການທາບທາມບຸກຄະລາກອນຮອບທີ 1 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງທິບ ສຸພັນສີ ກຳມະການພັກເມືອງເລຂາໜ່ວຍພັກ ຫ້ອງການສຶກສາທິການ ແລະ ກິລາເມືອງໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສົມນຶກ ສິດທິລາດ ຄະນະປະຈຳພັກເມືອງ-ຮອງເຈົ້າເມືອງເມືອງໄຊ, ມີຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ແລະ ສະມາຊິກພັກຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເຂົ້າຮ່ວມ.
ຈຸດປະສົງເພື່ອໃຫ້ເນື້ອໃນເອກະສານຖືກຕ້ອງຄົບຖ້ວນກ່ອນເປີດກອງປະຊຸມໃຫຍ່ໜ່ວຍພັກຫ້ອງການສຶກສາທິການ ແລະ ກິລາເມືອງໄຊ ສະໄໝທີ V ທາບທາມບຸກຄະລາກອນຮອບທີ 1 ເນື້ອໃນ ແລະ ວິທີການດຳເນີນ ສະຫາຍ ບຸນເຮືອງ ອຸລາຫຼົງ ຮອງເລຂາໜ່ວຍພັກ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມ-ດຳເນີນກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍພັກຫ້ອງການສຶກສາທິການ ແລະ ກິລາເມືອງໄຊ, ຈາກນັ້ນສະຫາຍ ທອງທິບ ສຸພັນສີ ເລຂາໜ່ວຍພັກ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກໃນໄລຍະ 5 ປີຜ່ານມາ ແລະ ຜ່ານແຜນພັດທະນາເສດຖະກິດຂອງກົມກອງ ໃນອີກ 5 ປີຕໍ່ໜ້າ.
ຫຼັງຈາກນັ້ນ, ສະຫາຍ ສົມນຶກ ສິດທິລາດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ມີຄຳເຫັນເຈາະຈີ້ມໃຫ້ສະມາຊິກພັກໃນການປະກອບຄຳຄິດເຫັນໃສ່ບົດສຳຫຼວດການນຳພາລວມ
ຜູ້ເຂົ້າຮ່ວມກອງປະຊຸມປະກອບຄຳຄິດຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມ ແລະ ຮ່າງແຜນພັດທະນາເສດຖະກິດຂອງກົມກອງເຊັ່ນ:
ໃນບົດສຳຫຼວດການນຳພາລວມ ສະພາບຈຸດພິເສດໃຫ້ຍົກໃຫ້ເຫັນວ່າສາຍຕັ້ງຂອງເບື້ອງພັກ ແລະ ເບື້ອງລັດແມ່ນຂື້ນກັບໃຜ, ເພີ່ມວຽກງານຕິດຕາມກວດກາພັກໃຫ້ເຫັນແຈ້ງໃນການຈັດຕັ້ງປະຕິບັດຕື່ມອີກຄະນະປັບປຸງກົງຈັກການຈັດຕັ້ງເມືອງໄຊ ຜ່ານມາດຖານເງື່ອນໄຂຂອງບຸກຄະລາກອນຜູ້ອອກສະໝັກ.
ສະຫາຍ ສົມນຶກ ສິດທິລາດ ຄະນະປະຈຳພັກເມືອງ-ຮອງເຈົ້າເມືອງເມືອງໄຊ ຜູ້ຊີ້ນຳວຽກງານວັດທະນາທຳ-ສັງຄົມ ໄດ້ໃຫ້ຄຳຄິດເຫັນ ແລະ ເນັ້ນໜັກກ່ອນການທາບທາມວ່າ, ໃຫ້ພິຈາລະນາເບິ່ງບຸກຄົນທີ່ມີມາດຖານເງື່ອນໄຂທີ່ເໝາະສົມ ແລະ ພິຈາລະນາເບິ່ງເພດ, ເຜົ່າໂດຍກວມເອົາ 3 ລຸ້ນ(ອາວຸໂສ, ກາງ ແລະ ໜຸ່ມ)
ໃຫ້ຍົກສູງພາລະບົດບາດຄວາມຮັບຜິດຊອບໃນການໃຊ້ສິດປະຊາທິປະໄຕຂອງຕົນໃນການຄັດເລືອກເອົາຜູ້ທີ່ເໝາະສົມທີ່ສຸດເພື່ອຈະມານຳພາ ແລະ ແກ້ໄຂບັນຫາໃນຂະແໜງການສຶກສາໄດ້ ດຳເນີນການທາບທາມທິດທາງແຜນການຕໍ່ໜ້າຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງຈະໄດ້ນຳເອົາຜົນຂອງການທາບທາມບຸກຄະລາກອນໃນຄັ້ງນີ້ໄປຄົ້ນຄວ້າພິຈາລະນາ ແລະ ເປັນບ່ອນອີງໃນການທາບທາມບຸກຄະລາກອນໃນຮອບຕໍ່ໄປ ຄຳເຫັນຊີ້ນຳຂອງປະທານ.
ຕອນທ້າຍກອງປະຊຸມ ສະຫາຍ ສົມນຶກ ສິດທິລາດ ກຳມະການພັກເມືອງ-ຮອງເຈົ້າເມືອງເມືອງໄຊ ຜູ້ຊີ້ນຳວຽກງານວັດທະນາທຳ-ສັງຄົມ ໄດ້ໃຫ້ຄຳຄິດເຫັນ ແລະ ເນັ້ນໜັກບາງບັນຫາເຊັ່ນ:
ໃຫ້ຕີລາຄາຄືນໃນການຊີ້ນຳ-ນຳພາຂອງຄະນະພັກໃນໄລຍະຜ່ານມາວ່າຍັງມີຈຸດໃດທີ່ຍັງຄ້າງຄາ, ການຄຸ້ມຄອງບຸກຄະລາກອນພາຍໃນ ແລະ ໂຮງຮຽນໄລຍະຜ່ານມາໄດ້ເຮັດຄືແນວໃດ, ບັນຫາຄູອາຈານສະເໜີລາອອກຊີມີວິທີທາງແກ້ໄຂແນວໃດ, ຄຸນນະພາບການຮຽນການສອນຂອງຄູອາຈານດີພຽງພໍແລ້ວບໍ່, ການຊຸກຍູ້ຊ່ວຍເຫຼືອໂຮງຮຽນຂອງຫ້ອງການເຮັດໄດ້ດີແລ້ວບໍ່, ການປະລະຂອງນັກຮຽນມີແນວໂນ້ມສູງຂື້ນຈະມີວິທີແກ້ໄຂແນວໃດ, ຕໍ່ກັບຫາງສຽງການຕັດສິນຜົນງານຄູ ແລະຍ້ອງຍໍທີ່ບໍ່ແທດເໝາະກັບຄວາມເປັນຈິງແມ່ນຍ້ອນຫຍັງ, ໄດ້ຂະບວນການແນວໃດ?

ໃນວັນທີ 28 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ເງີນ ໄດ້ຈັດພິທີ ມອບ-ຮັບ ວຽກງານຂຶ້ນທະບຽນອອກໃບຕາດິນ, ວຽກຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນ ລະຫວ່າງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງເງີນ, ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ນາງ ຟອງສະມຸດ ແກ້ວບົວ ຮອງຫົວໜ້າພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ທອງພັນ ສຸກສະຫວັດ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງເງີນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສະພາປະຊາຊົນແຂວງປະຈໍາຢູ່ເມືອງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ-ກົມກອງ,ລັດວິສາຫະກິດ, ນາຍບ້ານເທດສະບານ, ພະນັກງານ-ວິຊາການຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ເຂົ້າຮ່ວມ.
ຈຸດປະສົງ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຕາມມາດຕາ 94, ມາດຕາ 101, ມາດຕາ 104 ແລະ ມາດຕາ 105 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019, ທັງຮັບປະກັນຄວາມສະດວກວ່ອງໄວໃນການ ບໍລິການປະຊາຊົນ ແລະ ປະຕິບັດຕາມຂໍ້ຕົກລົງທ່ານເຈົ້າແຂວງໄຊຍະບູລີ 2151/ ຈຂ,ຊຍ, ລົງວັນທີ 20 ທັນວາ 2024
ໃນກອງປະຊຸມຕາງໜ້າຂະແໜງທີ່ດິນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກການຄຸ້ມຄອງ ແລະ ບໍລິຫານທີ່ດິນໃນໄລຍະຜ່ານມາ ແລະ ການປະເມີນຄວາມພ້ອມ ໃນການມອບວຽກງານຂື້ນທະບຽນອອກໃບຕາດິນ, ວຽກຈົດທະບຽນທີ່ດິນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊທີ່ດິນຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງເງີນ ແຂວງໄຊຍະບູລີ ເປັນຜູ້ຈັດຕັ້ງປະຕິບັດ. ໂດຍມີບັນດາວຽກທີ່ມອບໃຫ້ຈັດຕັ້ງປະຕິບັດຄື:
1. ວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ ແລະ ການຂຶ້ນທະບຽນອອກໃບຕາດິນຕາມຄຳຮ້ອງຂໍຂອງເຈົ້າຂອງສິດນຳໃຊ້ທີ່ດິນ
2. ວຽກງານຈົດທະບຽນທີ່ດິນການເຄື່ອນໄຫວສິດນຳໃຊ້ທີ່ດິນ
3. ວຽກງານຈົດທະບຽນປ່ຽນແປງສິດນຳໃຊ້ທີ່ດິນ
4. ການສຳເນົາໃບຕາດິນຄືນໃໝ່ ເພື່ອທົດແທນໃບຕາດິນທີ່ເສຍຫາຍ ຫຼື ຖຶກທຳລາຍ
5. ການຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການກ່ຽວກັບທີ່ດິນ
6. ສໍານວນເອກະສານຕອນດິນ ແມ່ນ ໃຫ້ເມືອງຄຸ້ມຄອງເຂົ້າສູ່ລະບົບ ແລະ ຮັບປະກັນ ການຄຸ້ມຄອງຢ່າງມີປະສິດທິພາບຢ່າງຖືກຕ້ອງ ແລະ ຍາວນານ,
7. ການຈັດຕັ້ງປະຕິບັດວຽກງານເຕັກນິກ, ວິຊາສະເພາະ ແລະ ບັນດາສິ່ງອໍານວຍ ຄວາມສະດວກໃນການເຄື່ອນ ໄຫວວຽກງານ, ໂດຍສະເພາະບັນດາເຕັກນິກ ໃນການສໍາຫຼວດວັດແທກ, ສອບຖາມສິດນໍາໃຊ້ທີ່ດິນ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາ ແລະ ການຊີ້ນໍາຈາກສາຍຕັ້ງຂັ້ນແຂວງ, ຂັ້ນສູນກາງ.
8. ບັນດາໜ້າວຽກອື່ນໆກ່ຽວກັບທີ່ດິນເປັນຕົ້ນ: ວຽກສໍາມະໂນທີ່ດິນ ແລະ ວຽກຈັດສັນທີ່ດິນຂັ້ນບ້ານ ແມ່ນມອບໃຫ້ປະຕິບັດຕາມໜ້າທີ່ຄວາມຮັບຜິດຊອບ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ.
9. ການອະນຸຍາດທີ່ດິນລັດມອບໃຫ້ບຸກຄົນ, ນິຕິບຸກຄົນນໍາໃຊ້ທີ່ດິນ ແລະ ການຫັນກຳມະສິດທີ່ດິນຂອງລັດມາເປັນກໍາມະສິດຂອງບຸກຄົນ, ນິຕິບຸກຄົນນໍາໃຊ້, ໃນການຈັດຕັ້ງປະຕິບັດໃຫ້ລາຍງານສາຍຕັ້ງຕາມພາລະບົດບາດ.
10. ການອະນຸຍາດ ເນື້ອທີ່ດິນລັດໃຫ້ບັນດາໂຄງການລົງທືນ ເຊົ່າ - ສຳປະທານທີ່ດິນຂອງລັດ ຂັ້ນຕອນການ ສໍາຫຼວດ ການສະເໜີຂັ້ນເທິງອະນຸຍາດ
11. ການຫັນປ່ຽນປະເພດທີ່ດິນ ຈາກປະເພດໜຶ່ງ ໄປເປັນອີກປະເພດອື່ນ ໃຫ້ປະຕິບັດ ຕາມກົດໝາຍວ່າດ້ວຍທີ່ດິນ ຕອນທ້າຍທ່ານ ນາງ ຟອງສະມຸດ ແກ້ວບົວ ຕາງໜ້າພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ອຸ່ນຄໍາ ອຸບົນສັກ ຫົວໜ້າຫ້ອງການ ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງເງິນ ກໍໄດ້ຮ່ວມກັນເຊັນ ບົດບັນທຶກ ມອບ-ຮັບ ວຽກງານຂຶ້ນທະບຽນອອກໃບຕາດິນ, ວຽກຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ເງີນ ເປັນຜູ້ຈັດຕັ້ງປະຕິບັດ.










Post a Comment (0)
Previous Post Next Post
ແບບຢ່າງເວບໄຊໂຮງຮຽນມັດທະຍົມສົມບູນ
ແບບຢ່າງເວບໄຊໂຮງຮຽນມັດທະຍົມສົມບູນ